ກ່ອນອື່ນຕ້ອງຂໍແນະນຳຕົວເວັບໃຫມ່
www.laoelectric.comເປັນເວັບພາສາອັງກິດ ກ່ຽວກັບໄຟຟ້າຢູ່ລາວ
ຕັ້ງໃຈຂຽນໃຫ້ຄົນຕ່າງປະເທດ ທີ່ຕ້ອງການຫາຂໍ້ມູນ ດ້ານນີ້ ສຳລັບການລົງທຶນ ຫລື ຊອກຮູ້ເສີຍໆ
ເວັບດັ່ງກ່າວຍັງສ້າງບໍ່ແລ້ວ ອັນເນື່ອງມາຈາກຫລາຍສາເຫດ
ຫນຶ່ງໃນນັ້ນ ແມ່ນ ການສ້າງທຸກຢ່າງດ້ວຍຕົວເອງ (ໃຊ້ dream weaver) ເຊິ່ງຍາກກວ່າການໃຊ້ blog ຫລື ເວັບສຳເລັດຮູບ
ດັ່ງນັ້ນ, ມື້ນີ້ຈຶ່ງມີຄຳຖາມມາຖາມ ຄືດັ່ງນີ້:
ເວັບນັ້ນມັນມີຫລາຍຫນ້າ ແຕ່ລະຫນ້າຈະມີ sidebar ເຊິ່ງມັນຄືກັນທຸກໆຫນ້າ
ບັນຫາແມ່ນ ຢາກອັບເດດ ຢູ່ຫນ້າຫນຶ່ງແລ້ວ ໃຫ້ມັນອັບເດດໄປທຸກໆຫນ້າໂດຍອັດຕະໂນມັດ
ຈະແນະນຳແນວໃດ ຂໍຂອບໃຈລ່ວງຫນ້າ