Trafic & PR ຫມາຍເຖິງຫຍັງນໍ້ ?
Traffic ຫມາຍເຖິງປະລິມານ ຫຼືຈຳນວນຄົນທີ່ເຂົ້າມາໃນເວບໄຊຕ໌ ຫຼືບລັອກຂອງເຮົາ
PR ຫຍໍ້ມາຈາກ PageRank ເຊິ່ງເປັນວິທີທີ່ Google ໃຊ້ເປັນສ່ວນຫນຶ່ງໃນການຈັດອັນດັບຜົນການຄົ້ນຫາໃນ Google.com ຫາກວ່າຫນ້າເວບໃດຫນຶ່ງມີ PR ສູງ ໆ ແລ້ວ ອັນດັບຂອງຜົນການຄົ້ນຫາກໍ່ຈະໄປຢູ່ສູງ ເຮັດໃຫ້ຄົນເຫັນງ່າຍ
ເລື້ອງ PR ເຄີຍຂຽນໄວ້ໃນ
au8ust's space channel ໄວ້ຫນ້ອຍຫນຶ່ງວ່າ
ແລ້ວ PageRank ຫລື PR ມັນເອົາໄວ້ເຮັດຫຍັງ? ຕອບວ່າມັນເປັນຕົວບົ່ງບອກເຖິງອັນດັບຂອງເວັບເຮົາ ຄະແນນເຕັມຄື 10 ຖ້າເວັບ ຫລືບລັອກຂອງເຮົາຍິ່ງມີຄ່າ PR ສູງເທົ່າໃດ ກໍ່ມີໂອກາດຈະໄປຢູ່ຫນ້າທຳອິດຂອງຜົນການຄົ້ນຫາຈາກ Google.com ໄດ້ຫລາຍເທົ່ານັ້ນ ເຊິ່ງມັນສຳຄັນຫລາຍ ເພາະຈະເປັນການຊ່ວຍໃຫ້ມີຄົນຮູ້ຈັກເຮົາຫລາຍຂຶ້ນຜ່ານການໃຊ້ພວກ Search Engine ຕ່າງໆນັ້ນເອງ