ຄວາມຈິງແປໄວ້ຫຼາຍເທື່ອແລ້ວ ແຕ່ແປບໍ່ແລ້ວຈັກເທື່ອ ເລີຍບໍ່ໄດ້ລົງໄວ້ບ່ອນໃດ ແຕ່ກ່ອນເຄີຍສົ່ງໃຫ້ Os555 ແຕ່ເພິ່ນເຮັດເສຍແລ້ວ ຊວຍຊ້ຳ ຕອນຫລັງ ໆ ມາແກ້ au8ust's community ໃຫມ່ກໍ່ເລີຍແປສ່ວນທີ່ສະແດງຜົນໃນ frontend ໄວ້
ຖ້າໃຜສົນໃຈກໍ່ລົງຊື່ໄວ້ໄດ້ເດີ້
update! ແນບໄຟລ໌ໃຫ້ໃນກະທູ້ນີ້ແລ້ວເດີ້ ໄຟລ໌ພາສາລາວນີ້ແປໂດຍຂ້າພະເຈົ້າເອງ ສາມາດແຈກຈ່າຍໄດ້ຕໍ່ໂດຍອ້າງອິງເຖິງຄົນແປສະເໝີ
ວິທີການຕິດຕັ້ງແມ່ນໃຫ້ດາວໂຫລດໄປແລ້ວ ແຕກໄຟລ໌ ຈາກນັ້ນເອົາໄປໄວ້ໃນ
/Themes/default/languages/ ໃຫ້ເອົາໄຟລ໌ທັງຫມົດທີ່ແຕກໄດ້ໄປໄວ້ໃນນີ້ ຢ່າເອົາໂຟນເດີ້ເຂົ້າໄປໄວ້ເດີ້
ແປສະບັບນີ້ ຍັງບໍ່ຄົບສົມບູນ ແປໄດ້ປະມານ 20% ໝາຍຄວາມວ່າ ສ່ວນຫຼາຍແມ່ນແປສະເພາະສ່ວນທີ່ເຫັນໃນໜ້າເວັບບອດເທົ່ານັ້ນ
ໝາຍເຫດ: ໃຊ້ໄດ້ກັບ SMF 1.1.x ເທົ່ານັ້ນ
update໒: ສຳລັບຄວາມຄືບຫນ້າຂອງ SMF ພາສາລາວສຳລັບເວີຊັນ 2.x ແມ່ນເບິ່ງໄດ້ຈາກ
http://laosmf.com/index.php/topic,4.0.htmlupdate໓: ພາສາລາວ SMF 1.x ຈະບໍ່ມີການແປເພີ່ເຕີມອີກແລ້ວ ເພາະຕອນນີ້ເນັ້ນໄປແປສຳລັບເວີຊັນ 2.x ແທນ