ການຂຽນບລັອກນັ້ນງ່າຍຫລາຍ ຖ້າທຽບໃສ່ການຂຽນເວັບ
ການຂຽນເວັບຕ້ອງຮູ້ຫລາຍພາສາ: html, php, ..
ຕ້ອງຮູ້ສາລະພັດ ແຕ່ລະມື້ເຈັບຫົວກັບ CODE ແດ່ ຄິດນຳເລື້ອງທີ່ຈະຂຽນແດ່
ການຂຽນບລັອກ ເກືອບບໍ່ຕ້ອງຮູ້ຫຍັງເລີຍ ແບບດຽວກັບຂຽນກະທູ້ໃນເວັບບອດນີ້ຫລະ
ຄິດແຕ່ເລື້ອງທີ່ຈະຂຽນກໍ່ພໍ ສ່ວນພາກວິຊາການດ້ານຂຽນເວັບ ບໍ່ຕ້ອງຄຶດເລີຍກໍ່ໄດ້
ຖ້າຈະເລີ້ມຂຽນ ເລີ້ມຈາກ MSN SPACE ກໍ່ໄດ້ ມັນເຮັດໄດ້ຫລາຍ
ສ້າງ ALBUM ຮູບກໍ່ໄດ້
ຂຽນບລັອກກໍ່ໄດ້
ໃສ່ລູກຫລີ້ນຕ່າງໆ ກໍ່ໄດ້
ທີ່ພິເສດ ແມ່ນມັນສາມາດ ພວກອັອບເຈັກໃນນັ້ນ ສາມາດ ຄີບໄປຄີບມາ ວາງໄວ້ໃສກໍ່ໄດ້ ປັບຂະນາດ ຫຍໍ້ຂະຫຍາຍ ນ້ອຍໃຫຍ່ໄດ້ຕາມໃຈ
pnomsin.spaces.live.com ນີ້ເປັນຕົວຢ່າງ
ຫລື ທີ່ຂ້ອຍມັກອີກ ບລັອກຫນຶ່ງ ກໍ່ແມ່ນ
www.blogger.com ມັນສາມາດເຮັດໄດ້ແບບດຽວກັນ ບໍ່ມີແຕ່ slide show ຫລື photo album ແຕ່ມັນສາມາດໃສ່ code ສຳລັບໂຄສະນາຂອງ google ເຊິ່ງສາມາດເຮັດໃຫ້ເຮົາໄດ້ເງິນຈາກມັນ
ເບິ່ງຕົວຢ່າງໄດ້ທີ່
laobeginner.blogspot.com or
laotraveller.blogspot.com
ແຕ່ຖ້າທ່ານມີ ເຊີບເວີຂອງຕົວເອງ ກໍ່ຄົງຕ້ອງແນະນຳ
www.wordpress.com ດຽວນີຂ້ອຍກໍ່ໃຊ້ມັນສຳລັບເວັບຂ້ອຍເອງ
www.pnomsin.comມີຫລາຍອັນທີ່ເຄີຍບໍ່ມັກ
www.wordpress.com ແຕ່ມັນກໍ່ປັບປຸງຕົວເອງມາຕະຫລອດ ແລະ ກໍ່ຫນີບໍ່ມົ້ມ ຕ້ອງໃຊ້ມັນ
ຄຳແນະນຳກໍ່ຄົງມີເທົ່ານີ້ລະ ສຳລັບການເລືອກ software ທີ່ຈະມາຂຽນ ບັລອກ