ສະບາຍດີ, ຂາສັນຈອນ. ກະລຸນາ ລັອກອິນ ຫຼື ສະມັກສະມາຊິກ.
Did you miss your activation email?
au8ust's community « ຄອມພິວເຕີ « ຊອຟຕ໌ແວຣ໌ « ວິທີສ້າງ Quick Launch ໃນແຖວ Task bar
ຫນ້າ: []   ລົງລຸ່ມ
  ພິມກະທູ້ນີ້  
ຜູ້ຂຽນ ຫົວຂໍ້: ວິທີສ້າງ Quick Launch ໃນແຖວ Task bar  (ຖືກເປີດອ່ານແລ້ວ ໔໖໐ ເທື່ອ)
0 ສະມາຊິກ ແລະ 1 ຂາສັນຈອນ ກຳລັງອ່ານກະທູ້ນີ້.
MongKP
ສະມາຊິກຫນ້າໃຫມ່
*

ຄວາມດີ: 0
Offline Offline

ຂໍ້ຄວາມ: ໒໕



« ເມື່ອ: ທັນວາ ໐໑, ໒໐໐໘, ໐໙:໔໔:໑໘ AM »

ສະບາຍດີ!
ມື້ນີ້ວາງວາງແດ່ (ວຽກບໍ່ຫລາຍປານໃດ) ກະເລີຍເຂົ້າມາ ເບິ່ງວ່າໃນ Community ຂອງ au8ust ມີໃຜມີຫຍັງມາອັບເດດແດ່
ແລ້ວກະໄປຂຽນປື້ມຕໍ່ (ຂຽນໄວ້ໃຫ້ນ້ອງຊາຍອ່ານ) ພໍກວດຄືນກວດໄປກວດມາກະເລີຍເຫັນຫົວຂໍ້ນີ້ແລະຄິດວ່າຫນ້າຈະເປັນປະໂຫຍດສຳລັບຜູ້ທີ່ຫາກໍ່ຮຽນໃຊ້ຄອມພີວເຕີ ຫລື ຜູ້ທີ່ເຄີຍໃຊ້ແລ້ວແຕ່ຍາກເຮັດ Quick Launch ເພື່ອສະດວກໃນການເອີ້ນໃຊ້ໂປແກມຕ່າງໆຢ່າງວ່ອງໄວ...

ເອົາ... ຝ່ອຍຫລາຍ ເຂົ້າເລື່ອງກັນເລີຍສະ! ເຂົ້າເລື່ອງແນວໃດ? :) ເອົາເປັນວ່າອ່ານລຸ່ມນີ້ເລີຍເນາະ ແລ້ວກະລອງເຮັດຕາມເບິ່ງສຳລັບຜູ້ໃດທີ່ສົນໃຈ

ວິທີ່ສ້າງ Quick Launch ຂອງໂປແກມ Word, Excel ໄວ້ແຖວ Start
Quick Launch ແມ່ນການເອົາຮູບໄອຄອນໂປແກມທີ່ເຮົາມັກໃຊ້ງານມາໄວ້ໃກ້ໆກັບປຸ່ມ Start ເພື່ອເວລາເຮົາເອີ້ນໃຊ້ສະດວກແລະວ່ອງໄວນຳອີກ
 
1.   ໃຫ້ເຮົາຄຣິກຂວາໃສ່ແຖວ Taskbar (ແຖວ start) > ເລືອກ Toolbars
2.   ຄຣິກເລືອກ Quick Launch
3.   ຄຣິກປຸ່ມ Start > ເລືອກ Programs
4.   ເລືອກ Microsoft Office
5.   ຄຣິກເມ້າສ໌ຂວາຄ້າງທີ່ຊື່ຂອງໂປແກມ Word ແລ້ວລາກລົງມາໃສ່ບ່ອນ Quick Launch
6.   ແລ້ວຄຣິກເລືອກ Copy Here

*Excel ຫຼືໂປແກມອື່ນກະເຮັດໃນລັກສະນະດຽວກັນ
7.   ບັດນີ້ເວລາເຮົາຍາກເອີ້ນໃຊ້ໂປແກມ Word ເຮົາກະບໍ່ຈຳເປັນຈະຕ້ອງຄຣິກ Star > Programs ... ອີກແລ້ວລະ! ພຽງແຕ່ເຮົາຄຣິກໃສ່ຮູບໄອຄອນເລີຍ




* Quick Launch.JPG (໕໗.໑໔ KB, 608x697 - viewed ໓໓ times.)

* Quick Launch.JPG (໕໗.໑໔ KB, 608x697 - viewed ໒໙ times.)
Logged
au8ust
ຜູ້ເບິ່ງແຍງລະບົບ
ຂັ້ນຊຽນ
*****

ຄວາມດີ: 0
Offline Offline

ຂໍ້ຄວາມ: ໔໖໖


ອ່ານວ່າ “ສິງຫາ”


WWW
« ຕອບກັບ #໑ ເມື່ອ: ທັນວາ ໐໒, ໒໐໐໘, ໐໖:໕໙:໔໖ AM »

ໂອ.. ມັນລະເປັນແນວນີ້
Logged

ຫນ້າ: []   ຂຶ້ນເທິງ
  ພິມກະທູ້ນີ້  
 
ໄປທີ່: