ສະບາຍດີ, ຂາສັນຈອນ. ກະລຸນາ ລັອກອິນ ຫຼື ສະມັກສະມາຊິກ.
au8ust's community « ບລັອກ ແລະເວບໄຊຕ໌ « ເລື່ອງທົ່ວໄປກ່ຽວກັບເວບໄຊຕ໌ « ມາພ້ອມກັນສະແດງຄວາມຄິດເຫັນກ່ຽວກັບການສ້າງເວັບໄຊ໌ກັນເທາະ
ຫນ້າ: [1]   ລົງລຸ່ມ
  ພິມກະທູ້ນີ້  
ຜູ້ຂຽນ ຫົວຂໍ້: ມາພ້ອມກັນສະແດງຄວາມຄິດເຫັນກ່ຽວກັບການສ້າງເວັບໄຊ໌ກັນເທາະ  (ຖືກເປີດອ່ານແລ້ວ 2872 ເທື່ອ)
0 ສະມາຊິກ ແລະ 1 ຂາສັນຈອນ ກຳລັງອ່ານກະທູ້ນີ້.
chit
ສະມາຊິກຫນ້າໃຫມ່
*

ຄວາມດີ: 0
Offline Offline

ຂໍ້ຄວາມ: 4


« ເມື່ອ: ມັງກອນ 07, 2009, 04:30:43 PM »

   
      ສະບາຍດີບັນດາທ່ານເວັບມາດສເຕີທັງຫຼາຍທີ່ກຳລັງສ້າງເວັບໄຊ໌ ແລະ ເບິ່ງແຍງລະບົບຢູ່ໃນບັດຈຸບັນ ເຮົາມາຮ່ວມກັນສະແດງຄວາມຄິດເຫັນກ່ຽວກັບການສ້າງເວັບໄຊ໌ກັນເທາະ ເພື່ອທີ່ຈະເປັນກຳລັງໃຈທີມງານ ແລະ ເພື່ອຜູ້ທີ່ມີຄວາມຄິດຢາກສ້າງເວັບໄຊ໌ ແຕ່ບໍ່ຮູ້ ບໍ່ເຂົ້າໃຈວ່າຈະສ້າງໄປເພື່ອຫຍັງ, ສ້າງແລ້ວໄດ້ຫຍັງກັບມາ ແລະ ອື່ນໆ ທີ່ຄິດວ່າເປັນບັນຫາ ຫຼື ສີ່ງຫຍໍ້ທໍ້ຈົນເຮັດໃຫ້ບໍ່ປະສົບກັບຜົນທີ່ຫວັງໄວ້. Grin ບໍ່ວ່າຄົນອື່ນໄກລະ ແຕ່ໂຕຂ້າພະເຈົ້າເອງກໍເຄີຍເກີດມີຄຳຖາມນີ້ໃນໃຈຄືກັນວ່າ: ຂຽນບອກນີ້ເພື່ອຫຍັງ? ຂຽນແລ້ວບໍ່ຣູ້ວ່າມີຫຍັງດີຂື້ນ....
( ຕາມຄວາມຄິດຂອງຂ້າພະເຈົ້າທີ່ເປັນຜູ້ກຳລັງເລີ່ມຕົ້ນສຶກສາກັບການສ້າງເວັບໄຊ໌   Grin) ສະນັ້ນຈື່ງຂໍຄວາມຮ່ວມມືກັບບັນດາທ່ານທີ່ໄດ້ອ່ານບົດຄວາມນີ້ຊ່ວຍໆກັນອອກຄຳຄິດຄຳເຫັນຕາມທັດສະນະຂອງຕົນເອງ ເພື່ອເປັນການພັດທະນາຄວາມສຳນຶກຄວາມເຂົ້າໃຈກ່ຽວກັບໄອທີຂອງຄົນລາວໃຫ້ໄອທີລາວກ້າວໄປທາງໜ້າດ້ວຍຄວາມສາມັກຄີຂອງຄົນລາວ.... Grin
                                             ***ຂອບໃຈທຸກທ່ານທີ່ໃຫ້ຄວາມສົນໃຈ***
 ແຕ່ຄວາມຈິງບົດຄວາມນີ້ຂຽນຂື້ນທີ່ http://laozeeds.co.cc/index.php?topic=32.0 ແຕ່ບໍ່ມີຄົນຫຼຽວເບິ່ງເລີຍຈັກໜ້ອຍ ກະເລີຍເອົາມາໂພສ໌ຢູ່ເວັບທີ່ມີຊື່ສຽງແຫ່ງນີ້
Logged

au8ust
ຜູ້ເບິ່ງແຍງລະບົບ
ແຟນພັນແທ້
*****

ຄວາມດີ: 0
Offline Offline

ຂໍ້ຄວາມ: 500


ອ່ານວ່າ “ສິງຫາ”


WWW
« ຕອບກັບ #1 ເມື່ອ: ມັງກອນ 07, 2009, 08:23:04 PM »

ງົງ
Logged

birdflu2007.exe
ສະມາຊິກຫນ້າໃຫມ່
*

ຄວາມດີ: 0
Offline Offline

ຂໍ້ຄວາມ: 1


« ຕອບກັບ #2 ເມື່ອ: ມັງກອນ 07, 2009, 08:51:31 PM »

ງົງຄືກັນ ແຕ່ຈະແນະນຳໃຫ້ຮູ້ວ່າ ຖ້າເຈົ້າຈະເປັນຄົນເບິ່ງແຍງເວັບແທ້ໆ ກ່ອນອື່ນໜົດແມ່ນຄວນມີຈັນຍາບັນ ບົດຄວາມແນວໃດທີ່ພໍຂຽນໄດ້ ກໍຂຽນ ຢ່າຊູມັກງ່າຍຫາເລາະກ໋ອບເຂົາຫລາຍ ຖ້າກ໋ອບມາແລ້ວກໍໃຫ້ credit ແຫລ່ງທີ່ມາທັງປາຍທາງແລະຕົ້ນທາງ ຖ້າເຈົ້າປະຕິບັດຕາມນີ້ໄດ້ ຮັບຮອງວ່າ ເຈົ້າຈະມີມິດຫລາຍກວ່າສັດຕູ ຖ້າວ່າປະຕິບັດບໍ່ໄດ້ ເຈົ້າເຮັດໄປມັນກໍບໍ່ມີປະໂຫຍດ ບໍ່ມີມູນຄ່າທາງດ້ານຈິດໃຈໃຫ້ກັບຄົນທີ່ເຂົາເຂົ້າມາເຫັນເວັບເຈົ້າ
Logged
chit
ສະມາຊິກຫນ້າໃຫມ່
*

ຄວາມດີ: 0
Offline Offline

ຂໍ້ຄວາມ: 4


« ຕອບກັບ #3 ເມື່ອ: ມັງກອນ 09, 2009, 01:24:37 PM »

 
  ໂດຍຂອບໃຈຫຼາຍໆເດີ່ສຳລັບຄຳນະນຳ ເຊື່ອວ່າຄຳແນະນຳທີ່ທ່ານໃຫ້ນັ້ນມັນອາດມີປະໂຫຍດຫຼາຍສຳລັບຄົນເລີ້ມຕົ້ນຄືຂ້າພະເຈົ້າ grin
Logged

ຫນ້າ: [1]   ຂຶ້ນເທິງ
  ພິມກະທູ້ນີ້  
 
ໄປທີ່: