ຖາມແດ່Googleຈະຮູ້ແນວໃດວ່າມີຫມູ່ຂອງເຮົາມາກົດໃຫ້ໃນເມື່ອວ່າIPມັນຄົນລະອັນກັນ

ເຂົາມີວິທີຂອງເຂົາ ເວລາທີ່ເຮົາຖືກແບນຫັ້ນ Google ຈະສົ່ງອີເມລມາບອກວ່າ ບໍ່ຕ້ອງຖາມຫຍັງຫລາຍ ເພາະບອກບໍ່ໄດ້ ເອົາເປັນວ່າ ເຮົາມີ Technology ທີ່ໃຊ້ໄດ້ກໍ່ແລ້ວກັນ ຈົບ
ສະຫລຸບຄື ທາງທີ່ດີຢ່າໄປກົດເອງ ຢ່າໄປໃຫ້ຫມູ່ກົດໃຫ້ ຢ່າໄປເຊີນຊວນໃຫ້ໃຜກົດ ແລ້ວກໍ່ຢ່າໄປຫລົງກົດເອງ ເພາະວ່າເຖິງຈະບໍ່ຖືກແບນ ແຕ່ກໍ່ໄດ້ຫນ້ອຍດຽວ ເຮັດ AdSense ມັນສຳຄັນທີ່ຈຳນວນ Unique visitors ແຮງມີຫລາຍແຮງຊິມີໂອກາດສ້າງລາຍໄດ້ ຖ້າເຮົາໃຫ້ແຕ່ພວກດຽວກັນມາກົດ ອີກສິບຊາດກໍ່ບໍ່ລວຍ ສ່ຽງຕໍ່ການຖືກແບນລ້າ ໆ