ສະບາຍດີ, ຂາສັນຈອນ. ກະລຸນາ ລັອກອິນ ຫຼື ສະມັກສະມາຊິກ.
ຫນ້າ: [1]   ລົງລຸ່ມ
  ພິມກະທູ້ນີ້  
ຜູ້ຂຽນ ຫົວຂໍ້: ຂຽນ Blog ດ້ວຍຕົວເອງ !  (ຖືກເປີດອ່ານແລ້ວ 2145 ເທື່ອ)
0 ສະມາຊິກ ແລະ 1 ຂາສັນຈອນ ກຳລັງອ່ານກະທູ້ນີ້.
VL
ຂາສັນຈອນ
« ເມື່ອ: ມິຖຸນາ 26, 2007, 09:54:33 PM »

ຢາກຮູ້ວ່າຢາກຂຽນ Blog ດ້ວຍຕົວເອງຈະເລີ້ມແນວໃດດີ, ເພາະຢາກໄດ້ ບຣອກທີ່ຖືກໃຈຕົວເອງ.
ຊ່ວຍແນະນຳແດ່ເດີ, Thanks
Logged
au8ust
ຜູ້ເບິ່ງແຍງລະບົບ
ແຟນພັນແທ້
*****

ຄວາມດີ: 0
Offline Offline

ຂໍ້ຄວາມ: 500


ອ່ານວ່າ “ສິງຫາ”


WWW
« ຕອບກັບ #1 ເມື່ອ: ມິຖຸນາ 26, 2007, 11:12:39 PM »

ທຳອິດເລີຍຕ້ອງຮູ້ກ່ອນວ່າຈະຂຽນເລື້ອງຫຍັງ? ຂຽນປະເພດໃດ? ກຸ່ມຄົນອ່ານແມ່ນໃຜ? ເນື້ອຫາສາລະຕ່າງ ໆ​ ຫາມາຈາກໃສ?
ເຫລົ່ານີ້ແມ່ນໃນສ່ວນຂອງຮູບແບບບລັອກ

ຕໍ່ມາກໍ່ຄືໃນສ່ວນຂອງຮູບລັກພາຍນອກຂອງບລັອກ ກໍ່ຄືຈະໃຊ້ໂປຣແກຣມບລັອກຕົວໃດ? ອາດຈະເປັນ Blogger/Blogspot​ ຫຼື WordPress ກໍ່ໄດ້ ເຊິ່ງໃນກໍລະນີຂອງ WordPress​ ນັ້ນ ຈະມີີຮູບແບບຫນ້າຕາໃຫ້ເລືອກນັບຮ້ອຍ ໆ ແບບ ສາມາດເບິ່ງໄດ້ໃນເວບນີ້

ສ່ວນວິທີຕິດຕັ້ງໃຊ້ງານຕ່າງ ໆ​ ເບື້ອງຕົ້ນ ກໍ່ໄດ້ຂຽນໄປແດ່ແລ້ວໃນຫນ້າເວບ ກໍ່ຄົງຈະບໍ່ມີຫຍັງຍາກຫລາຍ

ຕາມປະສົບການທີ່ເຄີຍຂຽນມາ ມັນຈະຍາກຢູ່ບ່ອນວ່າ ການວາງແນວທາງຂອງບລັອກ ເພາະວ່າຫາກບໍ່ກຳຫນົດໃຫ້ຊັດເຈນແລ້ວ ເວລາຂຽນ ໆ ໄປຈະເລີ້ມຫລົງທາງ ຂຽນໄປຂຽນມາຈະເລີ້ມຫາສາລະບໍ່ໄດ້ ກໍ່ເລີຍວ່າຢາກແນະນຳໃຫ້ທ່ານໃດທີ່ເລີ້ມຕົ້ນຂຽນບລັອກນັ້ນ ຕ້ອງວາງເປົ້າຫມາຍໄວ້ກ່ອນວ່າ "ຂຽນເພື່ອຫຍັງ?"

ອື້ມ ວ່າແລ້ວກໍ່ໄປນອນດີກວ່າ ມື້ນີ້ປິດຮ້ານໄວຫນ້ອຍຫນຶ່ງ ແຕ່ມື້ອື່ນຕ້ອງຕື່ນແຕ່ເຊົ້າ Y_Y
Logged

VL
ຂາສັນຈອນ
« ຕອບກັບ #2 ເມື່ອ: ມິຖຸນາ 27, 2007, 08:19:38 AM »

ຂ້ອຍຫມາຍຄວາມວ່າເຮົາຂຽນແບບເປັນ Code ຂຶ້ນມາເລີຍບໍ່ໄດ້ບໍ່ ? ເຊັ່ນວ່າໃຊ້ HTML ເລີຍນະ !
Logged
au8ust
ຜູ້ເບິ່ງແຍງລະບົບ
ແຟນພັນແທ້
*****

ຄວາມດີ: 0
Offline Offline

ຂໍ້ຄວາມ: 500


ອ່ານວ່າ “ສິງຫາ”


WWW
« ຕອບກັບ #3 ເມື່ອ: ມິຖຸນາ 27, 2007, 09:00:54 AM »

ບໍ່ແນະນຳເດັດຂາດ ເພາະວ່າກວ່າຈະຂຽນໄດ້ ກວ່າຈະແກ້ບັ໊ກ ກວ່າຈະປັບແຕ່ງ ກວ່າຈະເຮັດຈົນພໍໃຈເຮົາ (ຍັງບໍ່ນັບວ່າພໍໃຈຄົນເຂົ້າມາອ່ານ) ກໍ່ກິນເວລາເປັນແຮມປີ ຫຼືຫລາຍກວ່ານັ້ນອີກ

ຖ້າຈະເຮັດເອງຫມົດ ຕ້ອງຮູ້ຈັກຂຽນ Web Programming ຈະເປັນ PHP, ASP, Perl, AJAX, Java ແມ່ນຫຍັງກໍ່ວ່າໄປແລ້ວແຕ່ຈະໃຊ້ ນອກຈາກນັ້ນກໍ່ຮູ້ຈັກ Database ຕ່າງ ໆ ທີ່ຈະໃຊ້ມີ MySQL, MS SQL ເປັນອາທິ

ຈະໃຊ້ HTML ຊື່ ໆ​ ກໍ່ໄດ້ ແຕ່ວ່າ ມັນບໍ່ສະດວກດອກ ລຳບາກຫລາຍ ແລະກໍ່ຖ້າໃຊ້ສະເພາະແຕ່ HTML ຢ່າງດຽວຈະບໍ່ສາມາດສະແດງຄວາມຄິດເຫັນໄດ້ ແຖມຍັງມາຍາກເວລາອັບເດດອີກ ຕ້ອງຄ່ອຍ ໆ ເຮັດເທື່ອລະອັນ ເທື່ອລະອັນ ເທື່ອລະອັນ ເທື່ອລະອັນ ເທື່ອລະອັນ ເທື່ອລະອັນ ຮັບຮອງວ່າລຳບາກກວ່າພວກ Dynamic blog ຫລາຍເທົ່າ
Logged

ຫນ້າ: [1]   ຂຶ້ນເທິງ
  ພິມກະທູ້ນີ້  
 
ໄປທີ່: